ຄະນະສາທາລະນະສຸກສາດ,   ມະຫາວິທະຍາໄລ ວິທະຍາສາດສຸຂະພາບ

LA   ||    EN

 

 

 

 

ຫ້ອງສະໝຸດ ຄະນະສາທາລະນະສຸກສາດ

 

 
1

 
1
2
2
3
3
4
4

 

      ກົດລະບຽບເຂົ້າຫ້ອງສະໝຸດ

      • ນຸ່ງເຄື່ອງເປັນລະບຽບ, ສຸພາບຮຽບຮ້ອຍ, ຫ້າມນຸ່ງໂສ້ງຂາສັ້ນ, ກະໂປ່ງ, ເສື້ອກ້າມ

      • ກ່ອນເຂົ້າຫ້ອງອ່ານ ຕ້ອງເອົາກະເປົາ, ຖົງເຄື່ອງ,ຖົງ Computer ຕ່າງໆຂອງຕົນເອງ ໄວ້ບ່ອນພະນັກງານຫໍສະໝຸດຈັດໄວ້ໃຫ້ຢູ່ທາງເຂົ້າ

      • ຖ້າມີເງີນ ຫຼື ວັດຖຸມີຄ່າອື່ນໆ ຕ້ອງເກັບຮັກສາໄວ້ດ້ວຍຕົນເອງ

      • ອະນຸຍາດໃຫ້ຖືສໍ,ບິກ,ປາກກາ,ເຈັ້ຍຂາວ, ປື້ມຂຽນສຳລັບບັນທຶກ ສ່ວນປື້ມຕຳລາ, ສິ່ງພີມອື່ນໆ ຖ້າຈຳເປັນນຳເຂົ້າ ຕ້ອງແຈ້ງໃຫ້ພະນັກງານກ່ອນ,

          ເມື່ອໄດ້ຮັບອະນຸຍາດແລ້ວຈຶ່ງສາມາດນຳເຂົ້າໄດ້

      • ຮັກສາຄວາມເປັນລະບຽບຮຽບຮ້ອຍໃນຫ້ອງອ່ານ

      • ພະນັກງານ ແລະ ນັກສຶກສາຄວນຮັກສາຄວາມເປັນລະບຽບໃນຫ້ອງສະມຸດຊ່ວຍກັນ

      • ຮັກສາປື້ມ, ຊັບສິນຕ່າງໆຂອງຫ້ອງສະໝຸດບໍ່ໃຫ້ຈີກຂາດ, ເປ່ເພ ແລະ ຕົກເຮ່ຍເສຍຫາຍ

      • ຫ້າມໃຊ້ສຽງດັງ ຫຼື ການກະທຳໃດໆ ທີ່ຈະເປັນການລົບກວນຜູ້ອື່ນ ທີ່ກຳລັງອ່ານໜັງສື ຫຼື ກຳລັງຄົ້ນຄວ້າຢູ່ຫ້ອງສະມຸດ

      • ເວລາເອົາປື້ມອອກຈາກຖ້ານຄວນເຮັດດ້ວຍຄວາມລະມັດລະວັງ

      • ກ່ອນອອກຈາກຫ້ອງສະໝຸດ ໃຫ້ເກັບມ້ຽນປື້ມ, ເອກະສານທີ່ຕົນຄົ້ນຄວ້ານັ້ນ ໄວ້ບ່ອນເກົ່າ ແລະ ມ້ຽນໂຕະ, ຕັ່ງໃຫ້ເປັນລະບຽບຮຽບຮ້ອຍເໜືອນເດີມ

      • ຫ້າມເປີດສຽງໂທລະສັບດັງເກີນຄວນ, ຖ້າຈຳເປັນໃຊ້ ຕ້ອງອອກໄປໃຊ້ ຢູ່ຂ້າງນອກ

 

          ຂອບໃຈທີ່ບັນດາທ່ານທີ່ໃຫ້ຄວາມຮ່ວມມືແລະປະຕິບັດ

 

 

 

Copyright (c) 2019 - ຄະນະສາທາລະນະສຸກສາດ, ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ບ້ານເກົ້າຍອດ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ. ລາວ

ໂທ: +856 21 240 854 ອີເມວ: contact@fph-uhs.edu.la