ຄະນະສາທາລະນະສຸກສາດ,   ມະຫາວິທະຍາໄລ ວິທະຍາສາດສຸຂະພາບ

LA   ||    EN

 

 

 

 

ກິດຈະກໍາໃນຫຼັກສູດ ຂອງພາກວິຊາສິ່ງແວດລ້ອມ ແລະ ອາຊີວະອານາໄມ

 

       1. ຈັດການຮຽນ-ການສອນໃນລະດັບປະລິນຍາຕີຂຶ້ນໄປ ເພື່ອສົ່ງເສີມການຮຽນຮູ້ ການພັດທະນາບັນດິດໃຫ້ມີທັກສະກ່ຽວກັບຜົນກະທົບຂອງການປ່ຽນແປງສິ່ງແວດລ້ອມຕໍ່

          ສຸຂະພາບ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ

       2. ໃຫ້ນັກສຶກສາມີຄວາມຮູ້ໃນສຸຂະພາບແຮງງານ ເຊັ່ນບັນຫາສຸຂະພາບທີ່ພົວພັນກັບການປະກອບອາຊີບ (ພະຍາດອາຊີບ) ແລະ ວິທີການແກ້ໄຂບັນຫາ ສຸຂະພາບແຮງງານ

          ແລະ ຫຼຸດຜ່ອນຜົນກະທົບຕໍ່ສຸຂະພາບ

       3. ຈັດຕັ້ງການບໍລິຫານ ແລະ ປະຕິບັດການຮຽນການສອນພາຍໃນພາກວິຊາສິ່ງແວດລ້ອມ ແລະ ສຸຂະພາບແຮງງານ

       4. ສົມທົບກັບຄະນະພັດທະນາຫຼັກສູດສຳລັບການຈັດຕັ້ງປະຕິບັດ, ຕິດຕາມກວດກາ ແລະ ປະເມີນຜົນການປະຕິບັດຫຼັກສູດຂອງພາກວິຊາ

       5. ສົ່ງເສີມ ແລະ ສ້າງລະບຽບຫຼັກການຂອງນັກສຶກສາ ແລະ ອາຈານທີ່ປຶກສາ

       6. ສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງໃນການດຳເນີນງານ, ການຄຸ້ມຄອງ ແລະ ຕິດຕາມກວດກາບັນດາກິດຈະກຳກ່ຽວກັບບໍລິຫານວິຊາການ

       7. ປະສານສົມທົບກັບພະແນກບໍລິຫານ ແລະ ວິຊາການຂອງຄະນະສາທາລະນະສຸກສາດຕິດຕາມປະເມີນຜົນການຮຽນ-ການສອນຂອງຫຼັກສູດສິ່ງແວດລ້ອມ ແລະ ສຸຂະພາບ

          ແຮງງານ

       8. ເກັບກຳ ແລະ ຮວບຮວມຄະແນນການສອບເສັງທັງໝົດ ແລະ ຊົ່ວໂມງສອນຂອງບັນດາອາຈານຈາກພາກວິຊານຳສົ່ງວິຊາການຄະນະສາທາລະນະສຸກສາດ

       9. ຕິດຕາມລະບົບການຮຽນ-ການສອນຫຼັກສູດສາທາລະນະສຸກສາດພາຍໃນຄະນະ

      ລາຍລະອຽດເພີ້ມ....

 

 

                        ລາຍລະອຽດເພີ້ມ....

                        ຂໍ້ມູນເພີ້ມເຕິມ...

 

Copyright (c) 2019 - ຄະນະສາທາລະນະສຸກສາດ, ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ບ້ານເກົ້າຍອດ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ. ລາວ

ໂທ: +856 21 240 854 ອີເມວ: contact@fph-uhs.edu.la