ຄະນະສາທາລະນະສຸກສາດ,   ມະຫາວິທະຍາໄລ ວິທະຍາສາດສຸຂະພາບ

LA   ||    EN

 

 

 

 

ປະຫວັດຄວາມເປັນມາຂອງ ຄສສ

 

ທີ່ຕັ້ງ ແລະ ພາລະບົດບາດ

 

ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ມວສ), ແມ່ນສະຖາບັນການສຶກສາແຫ່ງໜື່ງທີ່ຖືກສ້າງຕັ້ງຂື້ນໃນກາງປີ 2007 ຊື່ງປະກອບມີ 7 ຄະນະວິຊາ ແລະ 1 ຫ້ອງການ ເຊິ່ງມີໜ້າທີ່ກໍ່ສ້າງບຸກຄະລາກອນທາງດ້ານສາທາລະນະສຸກໃຫ້ມີຄຸນນະພາບໃນຫລາຍລະດັບເພື່ອຕອບສະໜອງໃຫ້ແກ່ສັງຄົມ; ຄະນະຫລັງມະຫາວິທະຍາໄລກໍ່ແມ່ນສະຖາບັນການສຶກສາແຫ່ງໜື່ງ ທີ່ສັງກັດຢູ່ໂຄງປະກອບກົງຈັກມະຫາວິທະຍາໄລວິທະຍາສາດສຸຂະພາບ, ມີພາລະບົດບາດກໍ່ສ້າງ ແລະ ບຳລຸງພະນັກງານສາທາລະນະສຸກໃນລະດັບເໜືອປະລິນຍາຕີ ແລະ ໃຫ້ບໍລິການທາງດ້ານການຄົ້ນຄວ້າວິທະຍາ ສາດແກ່ພາກສ່ວນຕ່າງໆໃນມະຫາວິທະຍາໄລ, ບັນດາກົມ ແລະ ສູນອ້ອມຂ້າງກະຊວງສາທາລະນະສຸກ.

ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງມະຫາວິທະຍາໄລວິທະຍາສາດສຸຂະພາບ ສະບັບເລກທີ 349/ນຍ, ລົງວັນທີ 16 ພະຈິກ 2017; ມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ມວສ), ປະກອບມີ 6 ຄະນະວິຊາຄື: ຄະນະສາທາລະນະສຸກສາດ, ຄະນະແພດສາດ, ຄະນະທັນຕະແພດສາດ, ຄະນະເພສັຊສາດ, ຄະນະພະຍາບານສາດ, ຄະນະເຕັກນິກການແພດ ແລະ 2 ຫ້ອງການຄື: ຫ້ອງການບໍລິຫານສັງລວມ ແລະ ຫ້ອງການວິຊາການ.

ຄະນະສາທາລະນະສຸກສາດ ຂຽນຫຍໍ້ເປັນຕົວອັກສອນວ່າ “ຄສສ”, ຊື່ເປັນພາສາຝຣັ່ງ: Facute de sante publique (FSP) ແລະ ຂຽນເປັນພາສາອັງກິດ: Faculty of Public Health ເອີ້ນຫຍໍ້ວ່າ (FPH), ແມ່ນຄະນະວິຊາໜື່ງສັງກັດໃນໂຄງປະກອບກົງຈັກຂອງມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ມີພາລະບົດບາດໃນກໍ່ສ້າງ ແລະ ບຳລຸງສ້າງບຸກຄະລາກອນທາງດ້ານສາທາລະນະສຸກສາດລະດັບປະລິນຍາຂື້ນໄປ, ຄົ້ນຄວ້າວິທະຍາສາດ ແລະ ໃຫ້ການບໍລິການວິຊາການ ກ່ຽວກັບວຽກງານກັນພະຍາດ, ສົ່ງເສີມສຸຂະພາບ, ກວດກາອະນາໄມ-ສິ່ງແວດລ້ອມ, ໂພຊະນາການ, ວຽກງານບໍລິຫານຄຸ້ມຄອງສາທາລະນະສຸກແກ່ສັງຄົມ.

 

 

 

Copyright (c) 2019 - ຄະນະສາທາລະນະສຸກສາດ, ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ບ້ານເກົ້າຍອດ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ. ລາວ

ໂທ: +856 21 240 854 ອີເມວ: contact@fph-uhs.edu.la