ຄະນະສາທາລະນະສຸກສາດ,   ມະຫາວິທະຍາໄລ ວິທະຍາສາດສຸຂະພາບ

LA   ||    EN

 

 

 

 

ການຄົ້ນຄວ້າ ຂອງຄະນະສາທາລະນະສຸກສາດ

 

ການຄົ້ນຄ້ວາທີ່ພາກວິຊາລະບາດວິທະຍາ ແລະສະຖີຕິ

ແນວຄິດຂອງນັກຄົ້ນຄວ້າໃນພາກລະບາດວິທະຍາ ແລະ ຊີວະສະຖິຕິ ແມ່ນ :

- ເພື່ອຕ້ອງການສ້າງຂໍ້ມູນພື້ນຖານກ່ຽວກັບການຈັດກຸ່ມຂອງພະຍາດທີ່ພົບເລື້ອຍໆໃນປະຊາກອນລາວ.

- ເພື່ອເສີມສ້າງຄວາມເຂັ້ມແຂງໃນການເຮັດການຄົ້ນຄວ້າທາງດ້ານລະບາດວິທະຍາໃຫ້ແກ່ພະນັກງານໃນພາກ ເພາະວ່າ ພະນັກງງານເຮົາແມ່ນມີປະສົບການກ່ຽວກັບການຄົ້ນຄວ້າໃນ

   ດ້ານສາທາລະນະສຸກສາດ ແຕ່ຍັງຂາດປະສົບການ ແລະ ຄວາມຄຸ້ນເຄີຍກັບການສຶກສາທາງດ້ານລະບາດວິທະຍາ.

- ເພື່ອສ້າງຄວາມຫຼາກຫຼາຍຂອງວຽກງານການຄົ້ນຄວ້າໃນດ້ານການສຶກສາທາງລະບາດວິທະຍາ.

 

ການຄົ້ນຄ້ວາ ພາກວິຊາຄຸ້ມຄອງບໍລິຫານສາທລະນະສຸກ

ພາກວິຊາຄຸ້ມຄອງບໍລິຫານສາທລະນະສຸກ ແມ່ນພາກວິຊາໜື່ງທີ່ສັງກັດໃນຄະນະສາທາລະນະສຸກສາດ, ມີພາລະບົດບາດໃນການຈັດການຮຽນ-ການສອນໃນຫຼັກສູດປະລິນຍາໂທສາທາລະນະສຸກສາດ ແລະ ໄດ້ເຮັດການຄົ້ນຄວ້າວິໄຈໃນຂົງເຂດກ່ຽວກັບການບໍລິຫານສາທາລະນະສຸກ ເຊິ່ງມີຫົວຂໍ້ການຄົ້ນຄ້ວາຂອງພາກວິຊາດັ່ງນີ້:

1. ອຸບັດການ ແລະ ປັດໃຈສ່ຽງຂອງພາວະເລືອດຈາງຈາກການຂາດທາດເຫຼັກໃນເດັກເກີດຄົບກຳນົດ.

2. ການປະເມີນການປະຕິບັດວຽກງານ 5 ດີ 1 ພໍໃຈຂອງຜູ້ຮັບບໍລິການໃນໂຮງໝໍສູນກາງ ນະຄອນຫລວງວຽງຈັນ.

3. ພາວະນໍາ້ໜັກເກີນ ແລະ ອ້ວນ ກັບປັດໃຈການດໍາເນີນຊີວິດຂອງຄົນເຈັບທີ່ມາຮັບບໍລິການຢູ່ໂຮງໝໍສູນກາງ ໃນນະຄອນຫລວງວຽງຈັນ.

4. ປັດໃຈທີ່ມີອິດທິພົນຕໍ່ການມາຝາກທ້ອງຄັ້ງທຳອິດພາຍໃນ 12 ອາທິດຂອງແມ່ຍິງຖືພາທີ່ມາຝາກທ້ອງໃນສະຖານບໍລິການ ໂຮງໝໍສູນກາງ.

5. ການສຶກສາປຽບທຽບການວັດຄຸນະພາບການບໍລິການລະຫວ່າງໂຮງໝໍເອກະຊົນ ແລະ ໂຮງໝໍລັດຖະບານ ໃນນະຄອນຫລວງວຽງຈັນ.

 

ການຄົ້ນຄ້ວາ ທີ່ພາກວິຊາອານາໄມສິ່ງແວດລ້ອມ ແລະສຸຂະພາບແຮງງານ

ພາກສິງແວດລ້ອມ ແລະ ອາຊິວະອານາໄມ ແມ່ນພາກວິຊາໜຶ່ງທີ່ສັງກັດຢູ່ຄະນະສາທາລະນະສຸກສາດ, ເຊິ່ງກຳລັງສ້າງຫລັກສູດປະລິນຍາໂທ ສາຂາ ອານາໄມສິງແວດລ້ອມ ແລະ ສຸຂະພາບແຮງງງານ, ມີພາລະບົດບາດໃນການຊ່ວຍຈັດການຮຽນ-ການສອນ ຫຼັກສູດປະລິນຍາໂທ ສາທາລະນະສຸກສາດ ແລະ ສາຂາໂພຊະນາການ. ພ້ອມດຽວກັນນີ້ກໍ່ຍັງໄດ້ເຮັດການຄົ້ນຄວ້າວິໄຈໃນຂົງເຂດກ່ຽວກັບກັບພາກວິຊາ ອານາໄມສິງແວດລ້ອມ ແລະ ອາຊິວະອານາໄມ ເຊິ່ງມີຫົວຂໍ້ການຄົ້ນຄວ້າຂອງພາກວິຊາ ເຊັ່ນ:

1. ການປະເມີນວຽກງານດ້ານນ້ໍາ, ສຸຂາພິບານ ແລະ ອານາໄມດ້ວຍເຄືອງມື WASHFIT ໃນສະຖານທີ່ບໍລິການສາທາລະນະສຸກ ຢູ່ນະຄອນຫຼວງວຽງຈັນ.

2. ການປະເມີນຄວາມສ່ຽງຄວາມຜິດປົກກະຕິທາງລະບົບກ້າມຊີ້ນ ແລະ ກະດູກຈາການເຮັດວຽກໃນກຸ່ມກຳມະກອນຢູ່ໂຮງງານເຫຼັກ, ໂຮງງານນ້ຳດື່ມ ໃນນະຄອນຫຼວງ.

3. ຄວາມຮູ້ພື້ນຖານໃນການໃຊ້ໄມຄີບທູ ທີ່ມີສານຟອກຂາວ ຂອງນັກສຶກສາມະຫາວິທະຍາໄລ ຈຳປາສັກ.

4. ສຳຫຼວດການປົນເປືອນສານ ບໍແລັກ ໃນອາຫານ ປະເພດ ລູກຊື້ນ ແລະ ຢໍຂາວ ຢູ່ແຂວງສະຫວັນນະເຂດ.

5. ສຳຫຼວດສານຕົກຄ້າງຈາກຢາປາບສັດຕູພຶດຂອງຜັກ ໃນຕະຫຼາດທົ່ວໄປ ແລະ ຕະຫຼາດປອດສານພິດ ຢູ່ໃນນະຄອນຫຼວງວຽງຈັນ.

 

ການຄົ້ນຄ້ວາທີ່ພາກວິຊາພຶດຕິກຳສຸຂະພາບ ແລະໂພຊະນາການ

ພາກວິຊາສົ່ງເສີມສຸຂະພາບ ແລະ ໂພຊະນາການ ແມ່ນພາກວິຊາໜຶ່ງທີ່ສັງກັດຢູ່ຄະນະສາທາລະນະສຸກ, ມີພາລະບົດ ບາດໃນການຈັດການຮຽນ-ການສອນຫຼັກສູດປະລິນຍາໂທສາທາລະນະສຸກສາດ ສາຂາໂພຊະນາການ. ພ້ອມດຽວກັນນີ້ກໍ່ຍັງໄດ້ເຮັດການຄົ້ນຄວ້າວິໄຈໃນຂົງເຂດກ່ຽວກັບໂພຊະນາການແມ່ ແລະ ເດັກ, ໂພຊະນາການຜູ້ສູງອາຍຸ, ສຸຂະພາບຈະເລີນພັນໄວໜຸ່ມ, ການຄົ້ນຄວ້າແບບ Intervention ເຊິ່ງມີຫົວຂໍ້ການຄົ້ນຄວ້າຂອງພາກວິຊາດັ່ງລຸ່ມນີ້ ເຊັ່ນ:

1. ການເຂົ້າເຖິງ ແລະ ປະສິດທິຜົນຂອງການໃຊ້ສື່ອອນໄລທາງສຸຂະພາບໃນການສົ່ງເສີມສຸຂະພາບຈະເລີນພັນ ຂອງ ໄວໜຸ່ມ (The effectiveness of Mobile Health

   (mHealth) application for Improving Adolescent Sexual and Reproductive Health).

2. ບົດບາດຂອງພະນັກງານສາທາລະນະສຸກຊຸມຊົນໃນການສົ່ງເສີມການສັກຢາວັກຊີນເດັກ ໃນກຸ່ມຊົນເຜົ່າຫ່າງເຂດນອກ, ສປປ ລາວ (Determinants of performance of

   community health workers in promoting child vaccination among ethnic minority in remote area, Lao PDR).

3. ການອອກແບບໂປຣແກຣມ ການສົ່ງເສີມສຸຂະພາບຈະເລີນພັນສຳລັບໄວໜຸ່ມ (Intervention program on improving SRH among adolescents in schools).

4. ຊ່ອງວ່າງໃນວຽກງານສຸຂະພາບຈະເລີນພັນໄວໜຸ່ມ: ຄວາມພຽງພໍ ແລະ ຄວາມຕ້ອງການດ້ານການບໍລິການສຸ ຂະພາບ ສຳລັບໄວໜຸ່ມ (Gap analysis on youth’ SRH:

   Sufficiency and availability of SRH services and information).

5. ປັດໃຈທີ່ພົວພັນກັບການໃຫ້ອາຫານກ່ອນອາຍຸ 6 ເດືອນ ແລະ ການບໍລິໂພກອາຫານທີ່ບໍ່ໄດ້ແນະນຳ ໃນກຸ່ມເດັກອາຍຸ ລຸ່ມ 2 ປີ ຢູ່ຊຸມຊົນເຂດນອກເມືອງ ສປປ ລາວ (Factors

   associated with early introduction of complementary feeding and consumption of non-recommended foods among infants in rural area,

   Lao PDR).

6. ການໃຫ້ອາຫານເສີມແກ່ເດັກ 6 ເດືອນ ຫາ 2 ປີ ຢູ່ຊຸມຊົນເຂດນອກ, ແຂວງອັດຕະປື (Complementary feeding among infant 6 to 23 months in rural

   community, Attapeu province).

 

ວິທະຍານິພົນນັກສຶກສາ ສາທາລະນະສຸກສາດ

      ກົດໃສ່ບ່ອນນີ້ເພື່ອເບິ່ງ ບັນດາຫົວຂໍ້

 

 

Copyright (c) 2019 - ຄະນະສາທາລະນະສຸກສາດ, ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ບ້ານເກົ້າຍອດ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ. ລາວ

ໂທ: +856 21 240 854 ອີເມວ: contact@fph-uhs.edu.la