ຄະນະສາທາລະນະສຸກສາດ,   ມະຫາວິທະຍາໄລ ວິທະຍາສາດສຸຂະພາບ

LA   ||    EN

 

 

 

 

ການຄົ້ນຄວ້າ ຂອງຄະນະສາທາລະນະສຸກສາດ

 

ການຄົ້ນຄວ້າ ແລະ ຍຸດທະສາດການພັດທະນາພະນັກງານ

ໃນປະຈຸບັນ, ຍັງບໍ່ທັນມີການຝຶກອົບຮົມລຸ້ນປະລິນຍາເອກໃນສາທາລະນະສຸກສາດ ຢູ່ທີ່ມະຫາວິທະຍາໄລວິທະຍາສາດ ສຸຂະພາບຂອງພວກເຮົາເທື່ອ. ອີງຕາມແຜນ ແມ່ບົດກະຊວງສາທາລະນະສຸກ ເພື່ອພັດທະນາຊັບພະຍາກອນດ້ານສາທາ ລະນະສຸກ ຈາກປະລິມານໄປສູ່ຄຸນນະພາບ, ສະນັ້ນ ການປັບປຸງຄຸນວຸດທິພະນັກງານສາທາລະນະສຸກ ແມ່ນ ບູລິມະສິດຂອງມະຫາວິທະຍາໄລວິທະຍາສາດສຸຂະພາບ. ມີທຶນການສຶກສາບໍ່ຫຼາຍປານໃດສຳລັບພະນັກງານການສອນ.

 

ຈຸດປະສົງໄລຍະຍາວຂອງຍຸດທະສາດການຄົ້ນຄວ້າ:

• ກໍານົດກົດລະບຽບ ແລະເປົ້າໝາຍຂອງຂົງເຂດບຸລິມະສິດການຄົ້ນຄວ້າພາຍໃນຄະນະວິທະຍາສາດສຸຂະພາບ, ມະຫາ ວິທະຍາໄລວິທະຍາສາດສຸຂະພາບ ແລະແລກປ່ຽນຂໍ້ມູນກັບ

  ສະຖາບັນທີ່ກ່ຽວຂ້ອງ.

• ການຄົ້ນຄ້ວາ ແມ່ນໜຶ່ງໃນບັນດາກິດຈະກໍາທີ່ເປັນບຸລິມະສິດ ສໍາລັບພະນັກງານການສິດສອນ ນອກເໜືອຈາກການໃຫ້ບໍລິການການສອນ ແລະສຸຂະພາບ.

• ສົ່ງເສີມ ແລະພັດທະນາກິດຈະກໍາການຄົ້ນຄວ້າ ພາຍໃນຄະນະສາທາລະນະສຸກສາດ ໂດຍການຍົກລະດັບທັກສະການຄົ້ນຄວ້າຂອງພະນັກງານຄະນະວິຊາ.

• ກຳນົດພາກປະຕິບັດກິດຈະກຳແຊກແຊງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂອງຄະນະວິຊາ, ທິດທາງໃນການສ້າງຄວາມເຂັ້ມແຂງດ້ານການຄົ້ນຄວ້າ, ຄຸ້ມຄອງແລະ

  ຮັບປະກັນຄຸນນະພາບຂອງການຄົ້ນຄວ້າ.

• ລະດົມ ແລະກໍານົດແຫຼ່ງທຶນ, ເພື່ອໃຫ້ໄດ້ຮັບການສະໜັບສະໜູນ ແລະຄວາມຕັ້ງໃຈຈາກຜູ້ເຂົ້າຮ່ວມທັງພາຍໃນ ແລະຕ່າງປະເທດ ສຳລັບການຈັດຕັ້ງປະຕິບັດກິດຈະກຳການຄົ້ນຄ້ວາ

  / ກິດຕະກຳແຊກແຊງທີ່ໄດ້ຄົ້ນພົບ.

 

ຂົງເຂດການຄົ້ນຄວ້າ

o ສຸຂະພາບຂອງແມ່ ແລະ ເດັກ.

o ເພດ ແລະ ສຸຂະພາບຈະເລີນພັນ.

o ພະຍາດຕິດຕໍ່ທາງເພດສຳພັນ ແລະ ໂລກເອດສ໌.

o ການຄວບຄຸມຢາສູບ ແລະ ການຫລຸດຜ່ອນຄວາມອັນຕະລາຍ.

o ພະຍາດທີ່ບໍ່ສາມາດຕິດຕໍ່ໄດ້.

o ພະຍາດຊຶມເຊື້້ອ.

o ໂພຊະນການ.

o ການສົ່ງເສີມສຸຂະພາບ.

o ອະນາໄມສິ່ງແວດລ້ອມ ແລະ ສຸຂະພາບແຮງງານ.

 

 

Copyright (c) 2019 - ຄະນະສາທາລະນະສຸກສາດ, ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ບ້ານເກົ້າຍອດ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ. ລາວ

ໂທ: +856 21 240 854 ອີເມວ: contact@fph-uhs.edu.la