ຄະນະສາທາລະນະສຸກສາດ,   ມະຫາວິທະຍາໄລ ວິທະຍາສາດສຸຂະພາບ

LA   ||    EN

 

 

 

 

ພາລະບົດບາດຂອງ ພະແນກບໍລິຫານ ແລະວິຊາການ

 

       1. ສ້າງແຜນຍຸດທະຍາດໄລຍະສັ້ນ, ໄລຍະຍາວ, ພ້ອມປັດຊະຍາ-ວິໄສທັດ ແລະແຜນພັດທະນາບຸກຄະລາກອນຂອງຄະນະສາທາລະນະສຸກສາດ

       2. ຄຸ້ມຄອງພະນັກງານຕາມລະບຽບລັດຖະກອນ ແລະ ນະໂຍບາຍຂອງກະຊວງສາທາລະນະສຸກ

       3. ຄຸ້ມຄອງດູແລນັກສຶກສາຕາມພາລະບົດບາດ ແລະ ກົດລະບຽບຂອງຄະນະສາທາລະນະສຸກສາດ ແລະ ມະຫາວິທະຍາໄລວິທະຍາສາດສຸຂະພາບ

       4. ຄຸ້ມຄອງ, ກໍ່ສ້າງບຳລຸງ, ນຳໃຊ້ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານ ແລະ ນັກສຶກສາຢູ່ພາຍໃນຄະນະ, ຄົ້ນຄ້ວາ ແລະ ສະເໜີກ່ຽວກັບການປັບປຸງການຈັດຕັ້ງ,

         ຊັບຊ້ອນ, ແຕ່ງຕັ້ງ, ເລື່ອນຊັ້ນ-ຂັ້ນ, ຍົກຍ້າຍ, ປົດຕຳແໜ່ງ, ຍ້ອງຍໍ ແລະ ປະຕິບັດວິໄນຕໍ່ພະນັກງານ ແລະ ນັກສຶກສາ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ

       5. ສະຫຼຸບ ແລະ ສ້າງແຜນ ປະຈຳອາທິດ, ປະຈຳເດືອນ, 03 ເດືອນ, 06 ເດືອນ ແລະ ປະຈໍາປີຂອງຄະນະເພື່ອລາຍງານຕໍ່ຄະນະບໍດີ ແລະ ຂັ້ນເທິງ

       6. ຂື້ນແຜນພັດທະນາ ແລະຄຸ້ມຄອງງົບປະມານ, ລາຍຮັບລາຍຈ່າຍ, ແຜນນຳໃຊ້, ສະຫຼຸບລາຍຮັບ-ລາຍຈ່າຍຂອງຄະນະສາທາລະນະສຸກສາດ ສະເໜີຕໍ່ ມວສ

         ຕາມລະບຽບຂອງກະຊວງການເງິນ

       7. ພົວພັນຮ່ວມມືກັບບັນດາມະຫາວິທະຍາໄລພາຍໃນ ແລະຕ່າງປະເທດທາງດ້ານການຮຽນການສອນ,ການຄົ້ນຄວ້າເພື່ອສ້າງຄວາມເຂັ້ມແຂງໃຫ້ອາຈານ ແລະຍົກສູງ

         ຄຸນະພາບການຮຽນການສອນດ້ານສາທາລະນະສຸກສາດໃຫ້ເທົ່າທຽມກັບສາກົນເທື່ອລະກ້າວ

       8. ຄຸ້ມຄອງ, ຈັດມ້ຽນ, ຮັບສົ່ງ ແລະ ກະກຽມເອກະສານຕ່າງໆ ພາຍໃນຄະນະສາທາລະນະສຸກສາດ

          ແລະອື່ນໆ... ຕ້ອງການຂໍ້ມູນເພີ້ມຕື່ມກະລຸນາຕິດຕໍ່ພະແນກບໍລິຫານ ແລະ ວິຊາການຂອງຄະນະ

 

 

 

      ຂໍ້ມູນເພີ້ມເຕີມ

 

 

 

 

Copyright (c) 2019 - ຄະນະສາທາລະນະສຸກສາດ, ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ບ້ານເກົ້າຍອດ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ. ລາວ

ໂທ: +856 21 240 854 ອີເມວ: contact@fph-uhs.edu.la