ຄະນະສາທາລະນະສຸກສາດ,   ມະຫາວິທະຍາໄລ ວິທະຍາສາດສຸຂະພາບ

LA   ||    EN

 

 

 

ຄໍາຂວັນ

"ພັດທະນາຄວາມຮູ້ ຄຽງຄູ່ກັບຄວາມສາມາດ, ທັກສະຂອງພະນັກງານສາທາລະນະສຸກໃຫ້ເຂັ້ມແຂງຮອບດ້ານເພື່ອຮັບໃຊ້ສັງຄົມ"

 

ແຜນຍຸດທະສາດຂອງ ຄະນະສາທາລະນະສຸກສາດ (2021-2025)

 

I. ສະພາບລວມ

ຄະນະສາທາລະນະສຸກສາດ ມວສ ສາມາດເປັນເຈົ້າຕົນເອງໃນການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນພັດທະນາ ພັນທະກິດ ແລະ ເປົ້າໝາຍຍຸດທະສາດຂອງ ຄະນະສາທາລະນະສຸກສາດ ຕ້ອງມີການປະກອບສ່ວນຈາກບັນດາພາດສ່ວນທີ່ ກ່ຽວຂ້ອງ ແລະ ຖືກກັບຫຼັກຖານການຄຸ້ມຄອງລັດການປົກຄອງ ແລະ ການຄຸ້ມຄອງທີ່ໂປງໃສຂາວສະອາດ ແລະ ນຳໃຊ້ຊັບພະຍາກອນຢ່າງມີປະສິດທິພາບມີທັກສະໃນການນຳພາ ແລະ ການຄຸ້ມຄອງບໍລິຫານ ເພຶ່ອພັດທະນາຄະນະສາທາ ລະນະສຸກສາດ ແລະ ສົ່ງເສີມການຮຽນຮູ້, ການຄົ້ນຄ້ວາ ແລະ ການບໍລິການໃຫ້ແກ່ຊຸມຊົນ, ປະຕິບັດຄວາມສະເໝີພາບ ແລະ ບົດບາດຍິງ-ຊາຍ ໃນການຮັບ ແລະ ສົ່ງເສີມພະນັກງານຊົນເຜົ່າ ແລະ ເຂດທີ່ຂາດເງື່ອນໄຂຕ່າງໆ ແລະ ການປັບປຸງລະບອບລະບຽບ, ວິທີການເຮັດວຽກ ຂອງພະນັກງານໃຫ້ມີປະສິດທິພາບ, ມີການວາງແຜນປະຕິບັດນໍາໃຊ້ລາຍຮັບ-ລາຍຈ່າຍໃຫ້ຖືກຕ້ອງຕາມລະບຽບ ແລະ ສອດຄ່ອງກັບພັນທະກິດຂອງ ຄະນະສາທາລະນະສຸກສາດ. ຈຸດປະສົງຂອງແຜນຍຸດທະສາດ ແມ່ນເພຶ່ອສ້າງຄະນະສາທາລະນະສຸກສາດ ໃຫ້ມີຄວາມເຂັ້ມແຂງສາມາດສ້າງນັກວິຊາ ການສາທາລະນະສຸກຢ່າງ ມີຄຸນນະພາບ ໄດ້ມາດຕະຖານສາທາລະນະສຸກຂັ້ນພື້ນຖານຂອງສາກົນ, ມາດຕະຖານປະກັນຄຸນນະພາບ ທາງດ້ານສາທາລະນະສຸກຂອງເຄືອຄ່າຍມະຫາວິທະຍາໄລອາຊຽນ, ມາດຕະຖານການປະກັນຄຸນນະພາບການສືກສາຊັ້ນສູງ ຂອງກະຊວງ ສືກສາທິການ ແລະ ກິລາ ແລະ ກະຊວງສາທາລະນະສຸກ.

ວິໃສທັດ ແມ່ນ ສ້າງຄວາມເປັນເລີດດ້ານການສຶກສາ ແລະ ການຄົ້ນຄ້ວາວິທະຍາສາດ ທາງດ້ານສາທາລະນະສຸກ ໃນທົ່ວປະເທດ ແລະພາກພື້ນ. ພັນທະກິດ ແມ່ນເພື່ອຍົກລະດັບທາງດ້ານວິຊາການສາທາລະນະສຸກ ໂດຍການຈັດການອົບຮົມ ລະດັບປະລິນຍາຕີ/ຫຼັງປະລີນຍາຕີໃຫ້ແກ່ພະນັກງານສາທາລະນະສຸກ ເພື່ອຕອບສະໜອງການສົ່ງເສີມສຸຂະພາບແລະ ການກັນພະຍາດທີ່ມີປະສິດທິພາບ ເພື່ອຍົກລະດັບວິຊາການທາງດ້ານສາທາລະນະສຸກ. ປັດຊະຍາຂອງຄະນະສາທາລະນະສຸກສາດ ເປັນສະຖາບັນຊັ້ນນຳທາງດ້ານສາທາລະນະສຸກໃນ ສປປ ລາວ, ຊຶ່ງໄດ້ຈັດການຮຽນ-ການສອນລະດັບປະລີນຍາຕີ/ຫຼັງປະລິນຍາຕີ ແລະ ໃຫ້ໂອກາດແກ່ນັກສຶກສາ ເພື່ອບັນລຸຄວາມມຸ້ງຫວັງ ທາງດ້ານວິຊາຊີບ ສາທາລະນະສຸກ ແລະ ເສີມຂະຫຍາຍທັກສະໃນການຮຽນຮູ້-ການສອນ. ແຜນງານຍ່ອຍ ຂອງ ແຜນຍຸເທະສາດ ຄະນະສາທາລະນະສຸກ ປະກອບດ້ວຍ 7 ແຜນງານຍ່ອຍພັດທະນາ ຄະນະສາທາລະນະສຸກສາດ ເຊັ່ນ 1) ແຜນງານບໍລິຫານ ແລະ ການຄຸ້ມຄອງ; 2) ແຜນການ ຄຸ້ມຄອງ ແລະ ສົ່ງເສີມກິດຈະກຳນັກສຶກສາ; 3) ແຜນງານພັດທະນາການຮຽນ-ການສອນ; 4) ແຜນງານ ພັດທະນາຫຼັກສູດ; 5) ແຜນງານພັດທະນາຄູອາຈານ ແລະ ພະນັກງານ; 6). ແຜນພັດທະນາດ້ານໂຄງລ່າງພື້ນຖານ, ອຸປະກອນ ແລະ ສິ່ງອຳນວຍຄວາມສະດວກ; 7) ແຜນງານສົ່ງເສີມການຄົ້ນຄ້ວາວິທະຍາສາດ ແລະ ການໃຫ້ບໍລິການວິຊາການ; 8) ແຜນງານລະບົບປະກັນຄຸນນະພາບພາຍໃນ.

 

   ລາຍລະອຽດເພີ້ມ.....

 

Copyright (c) 2019 - ຄະນະສາທາລະນະສຸກສາດ, ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ບ້ານເກົ້າຍອດ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ. ລາວ

ໂທ: +856 21 240 854 ອີເມວ: contact@fph-uhs.edu.la